ການປະຊຸມສຳມະນາທາງວີດີໂອ ຈັດຂຶ້ນລະຫວ່າງມະຫາວິທະຍາໄລກວາງຊີ ແລະ ມະຫາວິທະຍາໄລ ເງາະອານ ຂອງຫວຽດນາມ

ວັນທີ 11 ມິຖຸນານີ້, ກອງປະຊຸມສຳມະນາທາງວິດີໂອໄດ້ຈັດຂຶ້ນລະຫວ່າງມະຫາວິທະຍາໄລກວາງຊີ (GXU) ແລະ ມະຫາວິທະຍາໄລ ເງາະອານຂອງຫວຽດນາມ. ທ່ານ Nguyễn Ngọc Hiếu, ອະທິບໍດີມະຫາວິທະຍາໄລ ເງາະອານ, ທ່ານ Trung Anh Tư, ຮອງອະທິບໍດີມະຫາວິທະຍາໄລເງາະອານ, ແລະ ທ່ານ Xiao Jianzhuang, ຮອງອະທິບໍດີມະຫາວິທະຍາໄລ ກວາງຊີ ໄດ້ເຂົ້າຮ່ວມກອງປະຊຸມ.

ທີ່ກອງປະຊຸມ, ທັງສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການຮ່ວມມືດ້ານການສຶກສາພາສາຈີນ,ໂຄງການຮ່ວມມືດ້ານວິຊາການ, ການຮ່ວມມືດ້ານວິໄນ, ການແລກປ່ຽນຄະນະວິຊາແລະອື່ນໆ, ພ້ອມທັງຖືວ່າຈະຖືກອງປະຊຸມຄັ້ງນີ້ເປັນໂອກາດເພື່ອເພີ່ມທະວີການສື່ສານແລະ ຊຸກຍູ້ການປະຕິບັດໂຄງການຮ່ວມມືຢ່າງໄວທິ່ສຸດ.

ມະຫາວິທະຍາໄລ ເງາະອານຂອງຫວຽດນາມ ຕັ້ງຢູ່ເມືອງ Thành phốVinh, ນະຄອນຫຼວງTỉnh Nghệ An.Tỉnh NghệAn ແມ່ນແຂວງທີ່ມີຄວາມສຳຄັນຢູ່ພາກເໜືອພາກກາງຂອງຫວຽດນາມແລະເປັນບ້ານເກີດຂອງປະທານໂຮ່ຈີມິນ. ມັນໄດ້ສ້າງຕັ້ງການພົວພັນລະຫວ່າງແຂວງທີ່ເປັນມິດກັບກວາງຊີໃນປີ 2010.



Baidu
map